ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
Behringer

X AIR XR12

ດິຈິຕອນມິກເຊີ

ດິຈິຕອນມິກເຊີ XR12 12 ອິນພຸດ Wi-Fi ໃນຕົວ ຄວບຄຸມຈາກແທັບເລັດ ເໝາະກັບວົງດົນຕີ, ຮ້ານອາຫານ ແລະ ຫ້ອງປະຊຸມ

10,430,000 ກີບ

ມີສິນຄ້າ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

Behringer X AIR XR12 ແມ່ນມິກເຊີດິຈິຕອນຂະໜາດກະທັດຮັດ ທີ່ຄວບຄຸມທຸກຟັງຊັນຜ່ານແທັບເລັດ ຫຼື ຄອມພິວເຕີ. ມີ 4 combo input ພ້ອມ Midas-designed preamp ແລະ phantom power 48V, ພ້ອມ line input TRS ອີກ 8 ຊ່ອງ ສຳລັບຄີບອດ ແລະ ແຫຼ່ງສຽງ line.

Wi-Fi ໃນຕົວໃຫ້ຕໍ່ໄດ້ 4 ອຸປະກອນ ໂດຍບໍ່ຕ້ອງໃຊ້ router ພາຍນອກ, ມີ 4 stereo FX engines, 6 aux buses, ການບັນທຶກ stereo WAV ລົງ USB drive ແລະ ເອີ້ນຄືນ snapshot ດ້ວຍ MIDI program change.

ເໝາະສຳລັບວົງດົນຕີ, ຮ້ານອາຫານ, ຫ້ອງປະຊຸມ ແລະ ງານບຸນຂະໜາດນ້ອຍ ຫຼື ໃຊ້ຮ່ວມກັບມິກເຊີອະນາລັອກເກົ່າເປັນ sub mixer.

ຂໍ້ມູນຈຳເພາະ

ປະເພດດິຈິຕອນມິກເຊີ ຄວບຄຸມຜ່ານແທັບເລັດ
ຊ່ອງ12 ອິນພຸດ, 6 aux buses + main LR
ອິນພຸດ4 x XLR/TRS combo (Midas-designed preamp, 48V), 8 x TRS line (Hi-Z ຊ່ອງ 11–12)
ເອົາພຸດ2 x XLR main, 2 x TRS aux, 1 x Phones
DSP4 stereo FX engines, 40-bit floating point, latency 0.8 ms
ການເຊື່ອມຕໍ່Wi-Fi 2.4 GHz (ສູງສຸດ 4 ອຸປະກອນ), Ethernet RJ45, USB Type A, MIDI in/out
ການບັນທຶກStereo WAV ລົງ USB flash drive
ການຕອບສະໜອງຄວາມຖີ່10 Hz – 22 kHz
ໄຟລ້ຽງ100–240 V, 30 W

ສິນຄ້າທີ່ກ່ຽວຂ້ອງ

SOUNDVISION

SMX-4

3,430,000 ກີບ