ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
dB Technologies

B-Hype 12 ລຳໂພງ Active 12" 400W

ລຳໂພງກາງແຫຼມ Mid-HighActive (ມີແອັມໃນຕົວ)

ລຳໂພງ Active 2 ທາງ ດອກ 12" ແອັມ 400W Peak ດັງສູງສຸດ 126 dB — ເໝາະກັບງານສຳມະນາ, ຮ້ານອາຫານ-ຄາເຟ່, ວົງດົນຕີນ້ອຍ ແລະ ງານລ້ຽງ

10,860,000 ກີບ

ສັ່ງຈອງ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

dBTechnologies B-Hype 12 (ອີຕາລີ) ເປັນລຳໂພງ Active 2 ທາງ ດອກ 12", ແອັມໃນຕົວ 400W Peak, ຄວາມດັງສູງສຸດ 126 dB ແລະ ຕອບສະໜອງຄວາມຖີ່ 61 Hz – 19.5 kHz. ຊີຣີ B-Hype ເນັ້ນໃຫ້ສຽງລະດັບມືອາຊີບໃນລາຄາທີ່ເຂົ້າເຖິງງ່າຍ: ແອັມ Class D ປະສິດທິພາບສູງ ລະບາຍຄວາມຮ້ອນແບບບໍ່ມີພັດລົມ, ອິນພຸດ Combo ເລືອກ Mic/Line ໄດ້ ຈຶ່ງສຽບໄມໂດຍກົງໄດ້ ແລະ ມີ Link Out ຕໍ່ລຳໂພງຕູ້ທີ 2. ກົດປຸ່ມ DSP Preset ເພື່ອເພີ່ມເບດ ຫຼື ແຫຼມໄດ້ຕາມງານ.

ຕູ້ Polypropylene ນ້ຳໜັກເບົາ ຕະແກງເຫຼັກເຕັມໜ້າ, ມີມືຈັບ 3 ຈຸດ, ວາງນອນເປັນມໍນິເຕີເວທີໄດ້ທັງ 2 ດ້ານ ແລະ ມີເບົ້າ 36 mm ສຳລັບຂາຕັ້ງ ຫຼື ຕັ້ງເທິງຊັບວູເຟີ.

ເໝາະກັບງານສຳມະນາ, ຮ້ານອາຫານ-ຄາເຟ່, ວົງດົນຕີນ້ອຍ ແລະ ງານລ້ຽງ. ສິນຄ້າແທ້ ສອບຖາມການຈັດຊຸດ ແລະ ຕິດຕັ້ງໄດ້ທາງ WhatsApp.

ຂໍ້ມູນຈຳເພາະ

ປະເພດລຳໂພງ Active 2 ທາງ
ກຳລັງຂັບ400W Peak (Class D)
ດອກລຳໂພງ12" LF + Compression Driver HF
ການຕອບສະໜອງຄວາມຖີ່61 Hz – 19.5 kHz
SPL ສູງສຸດ126 dB
ມຸມກະຈາຍສຽງasymmetrical 85° up / 120°down × 85° (+25/ -60°)
DSPDSP 28/56 bit- 48 kHz
ອິນພຸດBalanced 1xCombo IN (MIC/LINE)
ເອົາພຸດ(Balanced) 1xXLR OUT (LINK)
ວັດສະດຸຕູ້Polypropylene
ຂະໜາດ350 × 645 × 330 mm (ກ × ສ × ເລິກ)
ນ້ຳໜັກ13.9 kg
ຜະລິດໂດຍdBTechnologies (ອີຕາລີ)

ສິນຄ້າທີ່ກ່ຽວຂ້ອງ