ASTRA ONE ໄມໄຮ້ສາຍຄູ່ UHF
ຊຸດໄມໄຮ້ສາຍມືຖືຄູ່ UHF ເສົາອາກາດ 4 ເສົາ ລະຍະສູງສຸດ 300 ແມັດ ເໝາະກັບເວທີ, ງານອີເວັ້ນ, ຫ້ອງປະຊຸມ ແລະ ຄາຣາໂອເກະ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics ASTRA ONE ເປັນຊຸດໄມໂຄຣໂຟນໄຮ້ສາຍແບບມືຖືຄູ່ ໃນຍ່ານ UHF ປະກອບດ້ວຍໄມມືຖື Astra-HT 2 ຕົວ ແລະ ຕົວຮັບ Astra-R 2 ຊ່ອງ ຂະໜາດ 1U ທີ່ຍຶດເຂົ້າ Rack 19 ນິ້ວໄດ້. ຫົວໄມເປັນແບບ Dynamic ຮັບສຽງແບບ Supercardioid ຖອດປ່ຽນໄດ້ ແລະ ໃສ່ຫົວໄມ Shure ໄດ້ໂດຍບໍ່ຕ້ອງໃຊ້ Adapter.
ຕົວຮັບມີເສົາອາກາດ 4 ເສົາ (A/B ຕໍ່ຊ່ອງ), ໜ້າຈໍ LCD ແຍກແຕ່ລະຊ່ອງ ສະແດງຊ່ອງສັນຍານ ຄວາມຖີ່ ແລະ ສະຖານະລັອກ, ມີເຕີ RF ຄູ່ ແລະ ມີເຕີລະດັບສຽງ 8 ຂັ້ນ. ສະແກນຫາຄວາມຖີ່ວ່າງອັດຕະໂນມັດ ແລະ ຈັບຄູ່ໄມດ້ວຍອິນຟາເຣດ (IR). ໄມເລືອກກຳລັງສົ່ງໄດ້ 2 ໂໝດ (20 mW / 45 mW) ໃຊ້ຖ່ານ AA 2 ກ້ອນ ໄດ້ປະມານ 5–8 ຊົ່ວໂມງ, ມີເອົາພຸດ XLR ແຍກຊ່ອງ, Mix Out ແລະ ຊ່ອງຫູຟັງ Monitor ຢູ່ໜ້າເຄື່ອງ.
ເໝາະກັບງານເວທີ, ງານດອງ, ງານບຸນ, ຫ້ອງປະຊຸມ, ໂຮງແຮມ ແລະ ຮ້ານຄາຣາໂອເກະ.
ຂໍ້ມູນຈຳເພາະ
| ປະເພດ | ໄມໄຮ້ສາຍ UHF ມືຖືຄູ່ (ໄມ Astra-HT ×2 + ຕົວຮັບ Astra-R 2 ຊ່ອງ) |
|---|---|
| ຄື້ນຄວາມຖີ່ | UHF 694.5–702.7 MHz / 748.3–757.7 MHz (PLL) |
| ຫົວໄມ | Dynamic, Supercardioid, ຖອດປ່ຽນໄດ້ (ໃສ່ຫົວ Shure ໄດ້) |
| ການຕອບສະໜອງຄວາມຖີ່ | 100 Hz – 8 kHz (±3 dB, ຫົວໄມ) |
| RF Power | Low 20 mW / High 45 mW |
| ໃຊ້ພ້ອມກັນ | ສູງສຸດ 16 ຕົວ (Low) / 12 ຕົວ (High) |
| ລະຍະສັນຍານ | ສູງສຸດ 300 m (ພື້ນທີ່ໂລ່ງ, ໂໝດ High) |
| S/N | ≥ 90 dB |
| ເອົາພຸດ | XLR Balanced ×2, Mix AF Out, ຊ່ອງຫູຟັງ Monitor |
| ເສົາອາກາດ | 4 ເສົາ (A/B ຕໍ່ຊ່ອງ), BNC |
| ແບັດເຕີຣີ | AA 1.5V ×2 ຕໍ່ໄມ |
| ເວລາໃຊ້ງານ | 5–8 ຊົ່ວໂມງ |
| ໄຟລ້ຽງ | DC 12V 1000 mA (ຕົວຮັບ), ຂະໜາດ 1U Rack |
| ອຸປະກອນໃນກ່ອງ | ຕົວຮັບ 1, ໄມມືຖື 2, ເສົາອາກາດ 4 |














