River Acoustics
ສອບຖາມລາຍລະອຽດກ່ອນຊື້
G15 Soft Case ຖົງຄຸມລຳໂພງ
ຊຸດຖົງຄຸມ ແລະ ກະເປົາ ຜ້າໄນລອນ 1680D ບຸຟອງນ້ຳ ສຳລັບລຳໂພງ River G15 ປົກປ້ອງຕອນຂົນຍ້າຍ ແລະ ເກັບຮັກສາ
1,365,000 ກີບ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics G15 Soft Case ເປັນຊຸດຖົງຄຸມ ແລະ ກະເປົາໃສ່ລຳໂພງ ທີ່ອອກແບບມາສະເພາະສຳລັບ River G15 ປົກປ້ອງທັງຕູ້ຊັບວູຟເຟີ ແລະ ຕູ້ຄໍລຳໃນຊຸດດຽວ.
ເຮັດຈາກຜ້າໄນລອນ 1680D ທົນທານພິເສດ ບຸຟອງນ້ຳກັນກະທົບດ້ານໃນ ຊ່ວຍປ້ອງກັນຮອຍຂີດຂ່ວນ, ແຮງກະທົບ, ຂີ້ຝຸ່ນ ແລະ ລະອອງນ້ຳ. ເຂົ້າຮູບພໍດີກັບລຳໂພງ ຖອດ-ໃສ່ງ່າຍ ບໍ່ເທອະທະ.
ເໝາະກັບທີມງານສຽງ ແລະ ເຈົ້າຂອງລຳໂພງທີ່ຕ້ອງຂົນຍ້າຍໄປງານດອງ, ງານບຸນ, ງານອີເວັ້ນ ແລະ ງານເຊົ່າເປັນປະຈຳ.
ຂໍ້ມູນຈຳເພາະ
| ປະເພດ | ຖົງຄຸມ + ກະເປົາໃສ່ລຳໂພງ (Soft Case) |
|---|---|
| ໃຊ້ກັບ | River G15 (ຊັບ + ຄໍລຳ) |
| ວັດສະດຸ | ຜ້າໄນລອນ 1680D ບຸຟອງນ້ຳກັນກະທົບ |
| ຂະໜາດ | ກະເປົາຄໍລຳ 280 × 160 × 880 mm; ຖົງຄຸມຊັບ 460 × 510 × 590 mm |
| ນ້ຳໜັກ | 1.8 kg |
| ອຸປະກອນໃນກ່ອງ | ກະເປົາໃສ່ຄໍລຳ 1, ຖົງຄຸມຊັບ 1 |
















