H4800 ພາວເວີແອັມ 4 ຊ່ອງ Class H
ພາວເວີແອັມ Class H 4 ຊ່ອງ 4×1200W @ 4Ω ຂະໜາດ 2U ມີຈໍສີ ເໝາະກັບງານກາງແຈ້ງ, ງານອີເວັ້ນ ແລະ ລະບົບຫຼາຍໂຊນ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics H4800 ເປັນພາວເວີແອັມ 4 ຊ່ອງ ວົງຈອນ Class H ໃນຕົວເຄື່ອງ 2U ໃຫ້ກຳລັງຂັບ 4 × 800W ທີ່ 8 Ω ແລະ 4 × 1200W ທີ່ 4 Ω, ໂໝດ Bridge ໄດ້ 2 × 2400W ທີ່ 8 Ω. ວົງຈອນ Class H ປັບໄຟລ້ຽງຕາມລະດັບສັນຍານ ຈຶ່ງຮ້ອນໜ້ອຍ ແລະ ເໝາະກັບການໃຊ້ງານຕໍ່ເນື່ອງ.
ໜ້າເຄື່ອງມີຈໍສີສະແດງລະດັບສັນຍານ, ອຸນຫະພູມ, Clip ແລະ ສະຖານະ Protect ຂອງທັງ 4 ຊ່ອງ ພ້ອມຮອບພັດລົມ ແລະ ແຮງດັນໄຟ, ປຸ່ມປັບລະດັບ A B C D ແຍກອິດສະຫຼະ. ແຜງຫຼັງມີ XLR Input ແລະ XLR Link ຄົບ 4 ຊ່ອງ, ເອົາພຸດ Speakon ແລະ Binding Post, ສະວິດເລືອກ Input Sensitivity 3 ລະດັບ ແລະ ໂໝດ Stereo / Parallel / Bridge ແຍກເປັນຄູ່ CH1-2 ແລະ CH3-4. ມີລະບົບປ້ອງກັນຄວາມຮ້ອນເກີນ, ໄຟຟ້າລັດວົງຈອນ, DC, ຈຳກັດກຳລັງ, Smart Clip Limiter ແລະ Soft Start.
ເໝາະກັບງານສະແດງສົດ, ງານອີເວັ້ນກາງແຈ້ງ, ງານບຸນ, ຫໍປະຊຸມ, ວັດ, ໂຮງຮຽນ ແລະ ຮ້ານໃຫ້ເຊົ່າເຄື່ອງສຽງທີ່ຕ້ອງຂັບລຳໂພງຫຼາຍຈຸດ ຫຼື ຂັບຊັບວູຟເຟີແບບ Bridge.
ຂໍ້ມູນຈຳເພາະ
| ປະເພດ | ພາວເວີແອັມ 4 ຊ່ອງ Class H |
|---|---|
| ກຳລັງຂັບ | 4 × 800W @ 8 Ω / 4 × 1200W @ 4 Ω |
| Bridge | 2 × 2400W @ 8 Ω |
| ການຕອບສະໜອງຄວາມຖີ່ | 5 Hz – 50 kHz (±0.5 dB) |
| Input Sensitivity | 0.775 V / 1.0 V / 1.4 V (ເລືອກໄດ້) |
| ໂໝດ | Stereo / Parallel / Bridge (ແຍກຄູ່ CH1-2, CH3-4) |
| ອິນພຸດ | XLR ×4 + XLR Link ×4 |
| ເອົາພຸດ | Speakon + Binding Post ທຸກຊ່ອງ |
| ໜ້າຈໍ | ຈໍສີ (Signal, Temp, Clip, Protect, Fan, ແຮງດັນໄຟ) |
| ລະບົບປ້ອງກັນ | Thermal, Short circuit, DC, Power limit, Smart clip limiter, Soft start |
| ຂະໜາດ | 2U Rack, ພັດລົມຄູ່ |
| ໄຟລ້ຽງ | 220–240 V |
















