ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
River Acoustics

K10 ລຳໂພງ Active 10" 1000W Bluetooth

ລຳໂພງກາງແຫຼມ Mid-HighActive (ມີແອັມໃນຕົວ)

ລຳໂພງ Active 2 ທາງ 10 ນິ້ວ 1000W Peak 130 dB ພ້ອມ DSP ແລະ Bluetooth ເໝາະກັບຮ້ານອາຫານ, ງານເວົ້າ ແລະ ງານອີເວັ້ນນ້ອຍ

5,250,000 ກີບ

ສັ່ງຈອງ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

River Acoustics K10 ເປັນລຳໂພງ Active 2 ທາງ ດອກ 10 ນິ້ວ (Voice Coil 2 ນິ້ວ) ແລະ ດອກແຫຼມ 1.34 ນິ້ວ ຂັບດ້ວຍແອັມ Class D ແບບ Bi-amp 400W + 100W RMS (1000W Peak) ໃຫ້ຄວາມດັງສູງສຸດ 130 dB ໃນຕູ້ຂະໜາດກະທັດຮັດ.

ມີອິນພຸດ Combo 2 ຊ່ອງ ສຳລັບ Mic/Line, AUX 3.5 mm ແລະ Bluetooth ເປີດເພງ ຈັບຄູ່ 2 ຕູ້ແບບ TWS ໄດ້. ຈໍ LCD ໃຊ້ປັບ EQ 3 ແບນ, Delay 16 ms, ໂໝດ Music / Live / Speech / DJ ແລະ High Pass 4 ລະດັບ ສຳລັບໃຊ້ກັບຊັບວູຟເຟີ. ຕູ້ຕິດຕັ້ງໄດ້ຫຼາຍແບບ: ມີຊ່ອງສຽບຂາຕັ້ງ, ວາງເປັນ Monitor ກັບພື້ນ, ຈຸດຍຶດ Eye Bolt M8 4 ຈຸດ ແລະ ມືຈັບ 3 ຕຳແໜ່ງ.

ເໝາະກັບຮ້ານອາຫານ, ຫ້ອງປະຊຸມ, ງານເວົ້າ, ງານດອງຂະໜາດນ້ອຍ ແລະ ເປັນລຳໂພງ Monitor ເທິງເວທີ.

ຂໍ້ມູນຈຳເພາະ

ປະເພດລຳໂພງ Active 2 ທາງ
ກຳລັງຂັບ400W LF + 100W HF RMS / 1000W Peak (Class D, Bi-amp)
ດອກລຳໂພງ10" LF (VC 2") + 1.34" HF
ການຕອບສະໜອງຄວາມຖີ່57 Hz – 20 kHz (±3 dB); 48 Hz – 20 kHz (−10 dB)
SPL ສູງສຸດ130 dB
ມຸມກະຈາຍສຽງ100° × 60°
DSPEQ 3 ແບນ (±6 dB), Delay 16 ms, 4 ໂໝດ (Music / Live / Speech / DJ), High Pass 40/60/80/100 Hz
ອິນພຸດXLR/TRS Combo ×2 (Mic/Line), AUX 3.5 mm
Bluetoothມີ (TWS, ລະຍະ 25–30 m)
ໄຟລ້ຽງ220V, 50 Hz (ກະແສປົກກະຕິ 0.5 A, Starting 2 A)
ການຕິດຕັ້ງຊ່ອງສຽບຂາຕັ້ງ, Monitor, Eye Bolt M8 ×4, ມືຈັບ 3 ຕຳແໜ່ງ
ວັດສະດຸພລາສຕິກ
ຂະໜາດ410 × 380 × 600 mm
ນ້ຳໜັກ18 kg

ສິນຄ້າທີ່ກ່ຽວຂ້ອງ