K15 ລຳໂພງ Active 15" 1000W
ລຳໂພງກາງແຫຼມ Mid-HighActive (ມີແອັມໃນຕົວ)
ລຳໂພງ Active 2 ທາງ 15 ນິ້ວ 1000W Peak 133 dB ພ້ອມ DSP ແລະ Bluetooth TWS ເໝາະກັບງານອີເວັ້ນ, ດົນຕີສົດ ແລະ ງານເວົ້າ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics K15 ເປັນລຳໂພງ Active 2 ທາງ ດອກ 15 ນິ້ວ (Voice Coil 2.5 ນິ້ວ) ແລະ ດອກແຫຼມ 1.75 ນິ້ວ ຂັບດ້ວຍແອັມ Class D ແບບ Bi-amp 400W + 100W RMS (1000W Peak) ໃຫ້ຄວາມດັງສູງສຸດ 133 dB ແລະ ຕອບສະໜອງຄວາມຖີ່ 45 Hz – 20 kHz. ສຽງກາງໂດດເດັ່ນ ພຸ່ງ ແລະ ຊັດ.
ມີອິນພຸດ Combo 2 ຊ່ອງ ສຳລັບ Mic/Line ແລະ AUX 3.5 mm, ເປີດເພງຜ່ານ Bluetooth ແລະ ຈັບຄູ່ 2 ຕູ້ແບບ TWS ເປັນສະເຕຣິໂອໄດ້. ຈໍ LCD ໃຊ້ປັບ EQ 3 ແບນ, Delay 16 ms, ໂໝດ Music / Live / Speech / DJ ແລະ High Pass 40/60/80/100 Hz ເມື່ອໃຊ້ຮ່ວມກັບຊັບວູຟເຟີ. ຕູ້ພລາສຕິກ ຕະແກງໜ້າໂຄ້ງ ລະບາຍຄວາມຮ້ອນດ້ວຍພັດລົມ ແລະ ວາງເປັນ Monitor ໄດ້.
ເໝາະກັບງານອີເວັ້ນ, ງານດອງ, ດົນຕີສົດ, ງານເວົ້າ ແລະ ງານຕິດຕັ້ງໃນຮ້ານອາຫານ ຫຼື ຫ້ອງປະຊຸມ.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງ Active 2 ທາງ |
|---|---|
| ກຳລັງຂັບ | 400W LF + 100W HF RMS / 1000W Peak (Class D, Bi-amp) |
| ດອກລຳໂພງ | 15" LF (VC 2.5") + 1.75" HF |
| ການຕອບສະໜອງຄວາມຖີ່ | 45 Hz – 20 kHz |
| SPL ສູງສຸດ | 133 dB |
| ມຸມກະຈາຍສຽງ | 90° × 60° |
| DSP | EQ 3 ແບນ (±6 dB), Delay 16 ms, 4 ໂໝດ (Music / Live / Speech / DJ), High Pass 40/60/80/100 Hz |
| ອິນພຸດ | XLR/TRS Combo ×2 (Mic/Line), AUX 3.5 mm |
| Bluetooth | ມີ (TWS, ລະຍະ 25–30 m) |
| ໄຟລ້ຽງ | 220V, 50 Hz (ກະແສປົກກະຕິ 0.88 A, Starting 2 A) |
| ວັດສະດຸ | ພລາສຕິກ, ລະບາຍຄວາມຮ້ອນດ້ວຍພັດລົມ |
| ຂະໜາດ | 500 × 450 × 800 mm |
| ນ້ຳໜັກ | 22 kg |
| ສີ | ດຳ |
















