River Acoustics
ສອບຖາມລາຍລະອຽດກ່ອນຊື້
K18 ຊັບວູເຟີ Active 18" 2200W
ຊັບວູຟເຟີ Active 18 ນິ້ວ 1100W RMS / 2200W Peak 132 dB ເໝາະກັບດົນຕີສົດ, ຄາຣາໂອເກະ ແລະ ງານ DJ
13,230,000 ກີບ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics K18 ເປັນຊັບວູຟເຟີ Active 18 ນິ້ວ ເຕີມເຕັມຍ່ານຄວາມຖີ່ຕ່ຳໃຫ້ລະບົບສຽງ ແອັມ Class D ນ້ຳໜັກເບົາ 1100W RMS / 2200W Peak ໃຫ້ຄວາມດັງສູງສຸດ 132 dB ລົງເລິກເຖິງ 35 Hz ໃຫ້ເບສນຸ່ມ ເລິກ ແລະ ມີພະລັງ.
ຕູ້ Bass Reflex ໄມ້ໜາ 18 mm ສີດຳດ້ານ ດອກ 18 ນິ້ວ Voice Coil 4 ນິ້ວ ພ້ອມພັດລົມລະບາຍຄວາມຮ້ອນ. DSP ໃນຕົວເລືອກຈຸດຕັດຄວາມຖີ່ໄດ້ 3 ແບບ (80 / 100 / 120 Hz), ມີອິນພຸດ Combo XLR 2 ຊ່ອງ, ເອົາພຸດ XLR 2 ຊ່ອງ, ປຸ່ມ Volume ແລະ ສະວິດກັບເຟສ. ມີມືຈັບ 2 ຈຸດ ແລະ ຮູສຽບເສົາແບບເກຼຽວ ວາງໄດ້ທັງແນວຕັ້ງ ແລະ ແນວນອນ.
ເໝາະກັບດົນຕີສົດ, ຄາຣາໂອເກະ, ໂຟກຊອງ, ງານ DJ, ງານດອງ ແລະ ງານບຸນ.
ຂໍ້ມູນຈຳເພາະ
| ປະເພດ | ຊັບວູຟເຟີ Active Bass Reflex |
|---|---|
| ກຳລັງຂັບ | 1100W RMS / 2200W Peak (Class D) |
| ດອກລຳໂພງ | 18" (VC 4", Ferrite) |
| ການຕອບສະໜອງຄວາມຖີ່ | 35 Hz – 150 Hz |
| SPL ສູງສຸດ | 132 dB |
| DSP | Crossover 3 Preset (80 / 100 / 120 Hz), ສະວິດ Phase |
| ອິນພຸດ | XLR/6.35 mm Combo ×2 |
| ເອົາພຸດ | XLR ×2 |
| ໄຟລ້ຽງ | 220 – 240V, 50/60 Hz |
| ວັດສະດຸ | ໄມ້ 18 mm ສີດຳດ້ານ |
| ຂະໜາດ | 510 × 670 × 640 mm |
| ນ້ຳໜັກ | 48.2 kg |
















