River Acoustics
ສອບຖາມລາຍລະອຽດກ່ອນຊື້
G15
ລຳໂພງຄໍລຳ Active 3 ທາງ ຊັບ 15 ນິ້ວ 1400W Peak 131 dB ພ້ອມ Bluetooth ເໝາະກັບງານອີເວັ້ນ, ງານດອງ ແລະ ດົນຕີສົດ
11,830,000 ກີບ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics G15 ເປັນຊຸດລຳໂພງຄໍລຳ Active 3 ທາງ ຄົບຊຸດ: ຕູ້ຄໍລຳມີດອກກາງ 4 ນິ້ວ 6 ດອກ ແລະ Horn 2.5 ນິ້ວ ເຮັດວຽກຮ່ວມກັບຊັບວູຟເຟີ 15 ນິ້ວ ທີ່ລົງເບສໄດ້ເລິກເຖິງ 40 Hz, ແອັມ Class D ໃນຕົວ 700W RMS / 1400W Peak ໃຫ້ຄວາມດັງສູງສຸດ 131 dB.
ໃຊ້ FIR DSP ຮັກສາ Polar Pattern ແລະ ບໍ່ມີ Phase Shift, ຄວບຄຸມຜ່ານຈໍ LCD ພ້ອມ EQ 3 ແບນ, Delay 16 ms, Limiter ແລະ Preset 4 ໂໝດ (Music / DJ-Club / Live / Speech). ມີ Combo input 2 ຊ່ອງ (Mic/Line), RCA, AUX 3.5 mm, Mix Out, THRU ແລະ Bluetooth 5.3 TWS ສຳລັບຈັບຄູ່ສອງຊຸດເປັນສະເຕຣິໂອ. ປະກອບພຽງ 3 ຊິ້ນ, ເສົາມີສາຍລຳໂພງໃນຕົວ ສຽບແລ້ວໃຊ້ງານໄດ້ທັນທີ.
ເໝາະກັບງານອີເວັ້ນ, ງານດອງ, ງານບຸນ, ພິທີກອນ, ຮ້ານອາຫານ ແລະ ດົນຕີສົດ.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງຄໍລຳ Active 3 ທາງ ພ້ອມຊັບວູຟເຟີ |
|---|---|
| ກຳລັງຂັບ | 700W RMS / 1400W Peak (Class D) |
| ດອກລຳໂພງ | Sub 15" ×1, Mid 4" ×6, Horn 2.5" (VC 1") ×1 |
| ການຕອບສະໜອງຄວາມຖີ່ | 40 Hz – 20 kHz |
| SPL ສູງສຸດ | 131 dB |
| DSP | FIR, EQ 3 ແບນ, Delay 16 ms, Limiter, Preset 4 ໂໝດ |
| ອິນພຸດ | XLR/TRS Combo ×2 (Mic/Line), Stereo RCA, AUX 3.5 mm |
| ເອົາພຸດ | Mix Out ×1, THRU |
| Bluetooth | ມີ (5.3, TWS) |
| ໄຟລ້ຽງ | PowerCON |
| ວັດສະດຸ | ຄໍລຳ ABS, ຊັບ ໄມ້ອັດ 15 mm |
| ຂະໜາດ (W×H×D) | ຄໍລຳ 130 × 860 × 170 mm; ຊັບ 440 × 480 × 530 mm |
| ນ້ຳໜັກ | 35 kg (ທັງຊຸດ) |
| ສີ | ດຳ |
















