River Acoustics
ສອບຖາມລາຍລະອຽດກ່ອນຊື້
Ultra 60 ລຳໂພງໄລນ໌ອາເຣ 2×6"
ລຳໂພງໄລນ໌ອາເຣPassive (ບໍ່ມີແອັມ)
ລຳໂພງໄລນ໌ອາເຣ Passive 2×6 ນິ້ວ ນ້ຳໜັກ 8.2 kg ໃຊ້ຄູ່ກັບຊັບ Ultra 18 ເໝາະກັບງານອີເວັ້ນ ແລະ ຄອນເສີດຂະໜາດກາງ
7,000,000 ກີບ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics Ultra 60 ເປັນລຳໂພງ Line Array Full-range ແບບ Passive ແຕ່ລະຕູ້ມີ Woofer 6 ນິ້ວ 2 ດອກ ແລະ Tweeter 1 ນິ້ວ ພ້ອມ Wave Guide ແບບ Pin Diffraction ຄວບຄຸມທິດທາງສຽງໄດ້ແມ່ນຍຳ, ມຸມກະຈາຍແນວນອນ 100°, ຮອງຮັບ 150W AES ທີ່ 16 ໂອມ ແລະ ດັງສູງສຸດ 126 dB ຕໍ່ຕູ້ ຫຼື 138 dB ເມື່ອຕໍ່ 4 ຕູ້.
ຕູ້ກະທັດຮັດ ນ້ຳໜັກ 8.2 kg ໃຊ້ຂົ້ວ Dual NL4 ຕໍ່ແບບ Daisy Chain ລະຫວ່າງຕູ້ໄດ້, ປັບມຸມກົ້ມ-ເງີຍໄດ້ຫຼາຍລະດັບ. ໜຶ່ງກ່ອງມີ 2 ຕູ້ ພ້ອມສະລັກລັອກ ແລະ ສະລັກປັບມຸມ, ອອກແບບມາໃຊ້ຄູ່ກັບຊັບ Ultra 18 ທີ່ມີແອັມຂັບໃນຕົວ.
ເໝາະກັບງານອີເວັ້ນ, ງານດອງ, ງານບຸນ, ຫໍປະຊຸມ ແລະ ຄອນເສີດຂະໜາດກາງ.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງໄລນ໌ອາເຣ Passive 2 ທາງ |
|---|---|
| ກຳລັງຂັບ | 150W AES |
| ດອກລຳໂພງ | 6" (VC 1") ×2 + 1" (VC 1") ×1 |
| ການຕອບສະໜອງຄວາມຖີ່ | 150 Hz – 18 kHz |
| SPL ສູງສຸດ | 126 dB (1 ຕູ້) / 138 dB (4 ຕູ້) |
| ມຸມກະຈາຍສຽງ | ແນວນອນ 100°, ແນວຕັ້ງຂຶ້ນກັບຈຳນວນຕູ້ |
| ຄວາມຕ້ານທານ | 16 Ω |
| ການເຊື່ອມຕໍ່ | Dual NL4 |
| Wave Guide | Pin Diffraction |
| ຂະໜາດ (W×H×D) | 340 × 540 × 195 mm |
| ນ້ຳໜັກ | 8.2 kg ຕໍ່ຕູ້ |
| ອຸປະກອນໃນກ່ອງ | ລຳໂພງ 2 ຕູ້, ສະລັກໃຫຍ່ 4, ສະລັກນ້ອຍ 2 |
















