SOUNDVISION
ສອບຖາມລາຍລະອຽດກ່ອນຊື້
ACS-1500
ລຳໂພງຄາຣາໂອເກະActive (ມີແອັມໃນຕົວ)
ລຳໂພງ Column Active ຊຸດຊັບ 15 ນິ້ວ + Column 1800W Max ພ້ອມ DSP ແລະ Bluetooth ເໝາະກັບງານອີເວັ້ນ ແລະ ຫ້ອງຈັດລ້ຽງ
19,530,000 ກີບ
ມີສິນຄ້າ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
SOUNDVISION ACS-1500 ແມ່ນລະບົບລຳໂພງ Column Active ມືອາຊີບ ປະກອບດ້ວຍຊັບວູເຟີ ACS-1500S (15") ແລະ ລຳໂພງ Column ACS-1500C (4" × 8), ກຳລັງ 900W RMS / 1800W Max ຈາກແອັມ Class D ແລະ ຕອບສະໜອງ 40 Hz – 18 kHz.
ມີ DSP 5 ໂໝດ (Default, Music, Dance, Speech, Pop), Bluetooth 5.0 ສຳລັບເປີດເພງໄຮ້ສາຍ, SPL ສູງສຸດ 134 dB (Peak) ແລະ ກະຈາຍສຽງ 80° × 20° ທີ່ຄຸມພື້ນທີ່ໄດ້ທັງນ້ອຍ ແລະ ໃຫຍ່.
ເໝາະສຳລັບດົນຕີສົດ, ງານອີເວັ້ນ, ສູນການຄ້າ, ຫ້ອງປະຊຸມ-ຝຶກອົບຮົມ, ຟິດເນັດ, ຮ້ານອາຫານ ແລະ ຫ້ອງຈັດລ້ຽງໃນໂຮງແຮມ.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງ Column Active (Sub + Column) |
|---|---|
| ກຳລັງຂັບ | 900W RMS / 1800W Max (Sub 600W/1200W, Column 300W/600W), Class D |
| ດອກລຳໂພງ | Sub 15" (3" Voice coil) + Column 4" × 8 Full Range |
| ການຕອບສະໜອງຄວາມຖີ່ | 40 Hz – 18 kHz ±3 dB |
| SPL ສູງສຸດ | 125 dB / 134 dB (Peak) |
| ມຸມກະຈາຍສຽງ | 80° × 20° |
| DSP | 5 ໂໝດ (Default, Music, Dance, Speech, Pop) |
| Bluetooth | ມີ (5.0) |
| ອິນພຸດ | XLR ຫຼື 1/4" Jack |
| ເອົາພຸດ | XLR, Speakon ໄປ Column |
| ໄຟລ້ຽງ | AC 220–240V, 50/60 Hz |
| ຂະໜາດ (W×H×D) | Sub 430 × 570 × 520 mm, Column 135 × 980 × 135 mm |
| ນ້ຳໜັກ | Sub 27 kg, Column 11 kg |
















