Turbosound
iX15 ລຳໂພງ Active 15"
ລຳໂພງກາງແຫຼມ Mid-HighActive (ມີແອັມໃນຕົວ)
ລຳໂພງ Active 15 ນິ້ວ 1000W ມີ Bluetooth ແລະ ຄວບຄຸມຜ່ານ iPhone/iPad ເໝາະກັບງານອີເວັ້ນ, ຮ້ານອາຫານ ແລະ ຫ້ອງປະຊຸມ
ສອບຖາມລາຄາ
ສັ່ງຈອງ
ຖາມລາຄາທາງ WhatsApp- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
Turbosound iX15 ແມ່ນລຳໂພງ Active 2 ທາງ ດອກ 15 ນິ້ວ ແລະ compression driver titanium 1 ນິ້ວ ຂັບດ້ວຍແອັມ Klark Teknik ກຳລັງ 1000 W, ການຕອບສະໜອງຄວາມຖີ່ 45 Hz – 20 kHz ແລະ SPL ສູງສຸດ 126 dB.
ຄວບຄຸມ DSP ທັງໝົດຈາກ iPhone ຫຼື iPad ຜ່ານແອັບ iX, ສະຕຣີມເພງ Bluetooth ແບບ stereo ໄປສອງຕູ້ໄດ້, ມີ mixer 3 ຊ່ອງ, preset ຕາມຕຳແໜ່ງວາງ (ຂາຕັ້ງ, ຕິດຝາ, ພື້ນ) ແລະ ອິນພຸດ combo 2 ຊ່ອງ ພ້ອມ XLR out. ຕູ້ polypropylene ນ້ຳໜັກເບົາ ມີຮູສຽບເສົາ 2 ມຸມ.
ເໝາະກັບງານດອງ, ງານລ້ຽງ, ຮ້ານອາຫານ, ຫ້ອງປະຊຸມ ແລະ ນັກດົນຕີທີ່ຕ້ອງການລະບົບພົກພາ.
ຂໍ້ມູນຈຳເພາະ
| ປະເພດ | ລຳໂພງ Active 2 ທາງ |
|---|---|
| ກຳລັງຂັບ | 1000W (LF Class-D, HF Class AB) |
| ດອກລຳໂພງ | 15" LF + 1" titanium HF compression driver |
| ການຕອບສະໜອງຄວາມຖີ່ | 45 Hz – 20 kHz (±3 dB) |
| SPL ສູງສຸດ | 126 dB |
| ມຸມກະຈາຍສຽງ | 75° x 55° |
| ອິນພຸດ | 2 x XLR/TRS combo |
| ເອົາພຸດ | XLR |
| Bluetooth | ມີ (4.0) stereo streaming + ຄວບຄຸມຜ່ານ iPhone/iPad, ໄລຍະ 35 m |
| DSP | Klark Teknik DSP, presets ຕຳແໜ່ງ/ໂໝດສຽງ |
| ຂະໜາດ (W×H×D) | 450 x 711 x 381 mm |
| ນ້ຳໜັກ | 22.4 kg |
| ວັດສະດຸ | Polypropylene, ຕາໜ່າງເຫຼັກ |
















