ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
VL AUDIO

Vbox Stereo PRO-MEDIA MK II

ດີໄອບັອກ

DI Box Passive ແບບ Stereo ສຳລັບໂນດບຸກ ແລະ ເຄື່ອງຫຼິ້ນເພງ ກັນສຽງຮຶມ ເໝາະກັບງານອີເວັ້ນ ແລະ ຫ້ອງປະຊຸມ

2,940,000 ກີບ

ມີສິນຄ້າ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

V-Box Mark-II ProMedia ແມ່ນ DI Box ແບບ Passive Stereo ອອກແບບມາສຳລັບຕໍ່ໂນດບຸກ, ໂທລະສັບ ແລະ ເຄື່ອງຫຼິ້ນສື່ຕ່າງໆ ເຂົ້າລະບົບ PA. ໃຊ້ VL Transformer ແຍກສັນຍານ ເພື່ອກຳຈັດສຽງຮຶມ ແລະ ສຽງຈີ່ທີ່ເກີດຈາກ Ground loop, ພ້ອມປຸ່ມປັບລະດັບສຽງທີ່ໃຊ້ງານໄດ້ໄວເທິງເວທີ.

ຮອງຮັບອິນພຸດຫຼາຍແບບ ທັງ TS 1/4", RCA ແລະ 3.5 mm, ຮັບ Transient ແຮງໄດ້ໂດຍບໍ່ແຕກ ແລະ ມີ Dynamic range ສູງເຖິງ 140 dB.

ເໝາະສຳລັບເປີດເພງ BGM ແລະ ວິດີໂອຈາກໂນດບຸກ ໃນງານດອງ, ງານບຸນ, ຫ້ອງປະຊຸມ, ໂຮງແຮມ ແລະ ງານສຳມະນາ.

ຂໍ້ມູນຈຳເພາະ

ປະເພດPassive Direct Box (VL Transformer)
ຊ່ອງStereo
ການຕອບສະໜອງຄວາມຖີ່20 Hz – 20 kHz
Dynamic range140 dB
THD0.002% @1 kHz, +4 dBu
ອິນພຸດ4 × TS 1/4" (2 Thru), 2 × RCA, 1 × TRS 3.5 mm
ເອົາພຸດ2 × XLR Male, 270 Ω Balanced
Maximum input+20 dBu
Ground liftມີ
ຂະໜາດ (W×H×D)83 × 48 × 120 mm
ນ້ຳໜັກ0.41 kg

ສິນຄ້າທີ່ກ່ຽວຂ້ອງ