SOUNDVISION
ສອບຖາມລາຍລະອຽດກ່ອນຊື້
SU-890D-II/HT
ຊຸດໄມໄຮ້ສາຍ Digital UHF ມືຖືຄູ່ 166 ຊ່ອງ ຈໍ TFT ລະຍະ 100 m ເໝາະກັບເວທີ, ຄາຣາໂອເກະ ແລະ ຫ້ອງປະຊຸມ
7,630,000 ກີບ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
SOUNDVISION SU-890D-II/HT ແມ່ນຊຸດໄມໂຄຣໂຟນໄຮ້ສາຍ Digital UHF ແບບມືຖື 2 ຕົວ ຄື້ນ 694.5–702.7 MHz ຕາມລະບຽບຂອງໄທ, ເລືອກໄດ້ 166 ຊ່ອງ (2 × 83 CH) ແລະ ສົ່ງສັນຍານໄດ້ໄກເຖິງ 100 m.
ເຄື່ອງຮັບມີຈໍ TFT ສີ ສະແດງຄື້ນ, ສັນຍານ AF/RF ແລະ ເມນູຕັ້ງຄ່າ, ຄົ້ນຫາຄື້ນອັດຕະໂນມັດພ້ອມ Spectrum display, ຈັບຄູ່ຜ່ານ IR Sync, ປິດສຽງອັດຕະໂນມັດເວລາໄມຕົກ ແລະ ເຂົ້າລະຫັດສັນຍານດ້ວຍ Hardware.
ເໝາະສຳລັບເວທີ, ຮ້ານອາຫານ-ຜັບ, ຄາຣາໂອເກະ, ງານດອງ, ຫ້ອງປະຊຸມ ແລະ ການຝຶກອົບຮົມ.
ຂໍ້ມູນຈຳເພາະ
| ປະເພດ | ໄມໄຮ້ສາຍ Digital UHF (ມືຖື 2 ຕົວ) |
|---|---|
| ຄື້ນຄວາມຖີ່ | 694.5 – 702.7 MHz |
| ຈຳນວນຊ່ອງ | 166 CH (2 × 83 CH) |
| ລະຍະສັນຍານ | ສູງສຸດ 100 m (Line-of-sight) |
| ການຕອບສະໜອງຄວາມຖີ່ | 30 Hz – 20 kHz ±2 dB (ລະບົບ) |
| Dynamic range | 90 dB |
| ເອົາພຸດ | 1 × 6.3 mm, 2 × XLR Balanced |
| ໄມ | Dynamic, Cardioid, 50 Hz – 20 kHz |
| ແບັດເຕີຣີ | 2 × AA 1.5V |
| ເວລາໃຊ້ງານ | ປະມານ 8 ຊົ່ວໂມງ |
| ໄຟລ້ຽງ | DC 12–18V 1A |














