ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
River Acoustics

CM-500 ຕົວຮັບໄມປະຊຸມໄຮ້ສາຍ 100 ຕົວ

ຊຸດຄວບຄຸມ

ຕົວຮັບ ແລະ ຄວບຄຸມລະບົບໄມປະຊຸມໄຮ້ສາຍ ຮອງຮັບ 100 ໄມ ບັນທຶກລົງ USB ໄດ້ ເໝາະກັບຫ້ອງປະຊຸມ ແລະ ຫໍປະຊຸມ

10,360,000 ກີບ

ສັ່ງຈອງ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

River Acoustics CM-500 ເປັນຕົວຮັບ ແລະ ຄວບຄຸມລະບົບໄມປະຊຸມໄຮ້ສາຍ ໃຊ້ຄູ່ກັບໄມປະທານ CM-50C ແລະ ໄມຜູ້ຮ່ວມປະຊຸມ CM-50D. ເຄື່ອງດຽວຮອງຮັບໄມໄດ້ສູງສຸດ 100 ຕົວ (ລວມໄມປະທານ 2 ຕົວ) ແລະ ຕັ້ງຈຳນວນໄມທີ່ເປີດພ້ອມກັນໄດ້ 1–4 ຕົວ.

ເລືອກໂໝດປະຊຸມໄດ້ 4 ແບບ: FIFO, Limit, Chairman only ແລະ Limit Time (ຕັ້ງເວລາໄດ້ 1–99 ນາທີ). ລົງທະບຽນໝາຍເລກໄມງ່າຍໆ ຜ່ານເມນູ Unit ID Set ແລະ ສັ່ງປິດໄມທຸກຕົວໄດ້ດ້ວຍປຸ່ມດຽວ. ມີຊຸດຄວາມຖີ່ສຳເລັດຮູບ 20 ຊຸດ ປ່ຽນໄດ້ເມື່ອມີສັນຍານລົບກວນ. ດ້ານໜ້າມີ USB ບັນທຶກການປະຊຸມ ແລະ ຫຼິ້ນ MP3 ພ້ອມ Bluetooth, ດ້ານຫຼັງມີເອົາພຸດ XLR ແລະ 6.35 mm ແລະ ພອດ RS-232 / RS-485 ສຳລັບຄວບຄຸມກ້ອງຕິດຕາມຜູ້ເວົ້າ ຫຼື Video Switcher.

ເໝາະກັບຫ້ອງປະຊຸມ, ຫໍປະຊຸມ, ຫ້ອງສຳມະນາ, ໂຮງແຮມ ແລະ ຫ້ອງປະຊຸມສະພາ ຫຼື ອົງກອນ.

ຂໍ້ມູນຈຳເພາະ

ປະເພດຕົວຮັບ ແລະ ຄວບຄຸມລະບົບໄມປະຊຸມໄຮ້ສາຍ
ຈຳນວນໄມສູງສຸດ 100 ຕົວ (ລວມໄມປະທານ CM-50C ສູງສຸດ 2 ຕົວ)
ເປີດໄມພ້ອມກັນ1–4 ຕົວ (ຕັ້ງໄດ້)
ໂໝດປະຊຸມFIFO / Limit / Chairman only / Limit Time (1–99 ນາທີ)
ຄື້ນຄວາມຖີ່694.5–702.7 MHz / 748.3–757.7 MHz, 20 ຊຸດຄວາມຖີ່
Receiver Sensitivity-104 dBm (FM)
ການຕອບສະໜອງຄວາມຖີ່50 Hz – 15 kHz
S/N90 dB, THD < 1%
ລະຍະສັນຍານ60–100 m (ຂຶ້ນກັບສະພາບພື້ນທີ່)
ເອົາພຸດXLR Balanced (400 mV), 6.35 mm (460 mV)
ການເຊື່ອມຕໍ່USB (ບັນທຶກ / MP3), RS-232 / RS-485 (ກ້ອງ, Video Switcher), RJ45, USB to PC
Bluetoothມີ (ເປີດເພງ)
ໄຟລ້ຽງDC 12–14 V, 360–460 mA

ສິນຄ້າທີ່ກ່ຽວຂ້ອງ