ສັ່ງຊື້ງ່າຍຜ່ານ WhatsApp 020 9998 4889 — ສົ່ງໄວທົ່ວນະຄອນຫຼວງວຽງຈັນ
River Acoustics

CM-50D ໄມຜູ້ຮ່ວມປະຊຸມໄຮ້ສາຍ

ໄມປະຊຸມ

ໄມຜູ້ຮ່ວມປະຊຸມໄຮ້ສາຍແບບ Gooseneck ມີຈໍສະຖານະ ໃຊ້ກັບຕົວຮັບ CM-500 ເໝາະກັບຫ້ອງປະຊຸມ ແລະ ຫ້ອງສຳມະນາ

3,213,000 ກີບ

ສັ່ງຈອງ

ສອບຖາມລາຍລະອຽດກ່ອນຊື້
  • ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
  • ✓ ສົ່ງໄວທົ່ວລາວ
  • ✓ ບໍລິການຕິດຕັ້ງ & ຈູນສຽງ
  • ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ

ລາຍລະອຽດສິນຄ້າ

River Acoustics CM-50D ເປັນໄມຜູ້ຮ່ວມປະຊຸມໄຮ້ສາຍແບບຕັ້ງໂຕະ ກ້ານ Gooseneck ຍາວ 400 mm ສຳລັບລະບົບປະຊຸມ CM Series ໃຊ້ຮ່ວມກັບຕົວຮັບ CM-500 ແລະ ໄມປະທານ CM-50C. ຈັດວາງເທິງໂຕະໄດ້ໂດຍບໍ່ຕ້ອງເດີນສາຍໄມໄປແຕ່ລະບ່ອນນັ່ງ ແລະ ຕົວຮັບ CM-500 ໜຶ່ງເຄື່ອງຮອງຮັບໄມລວມໄດ້ສູງສຸດ 100 ຕົວ.

ຖານໄມມີໜ້າຈໍສະແດງລະດັບແບັດເຕີຣີ, ຊ່ອງສັນຍານ, ໝາຍເລກໄມ, ສະຖານະການເວົ້າ ແລະ ໂມງ, ຫົວໄມມີວົງແຫວນໄຟບອກສະຖານະ. ການເປີດໄມເວົ້າເປັນໄປຕາມໂໝດທີ່ຕັ້ງຢູ່ຕົວຮັບ (FIFO, ສະເພາະປະທານ, ຈຳກັດຈຳນວນຜູ້ເວົ້າ, ຈຳກັດເວລາ) ແລະ ເປີດພ້ອມກັນໄດ້ສູງສຸດ 4 ຕົວ. ໃຊ້ແບັດເຕີຣີ Lithium 18650 ສາກຜ່ານ USB ທີ່ຖານໄດ້ເລີຍ, ລະຍະໃຊ້ງານຂອງລະບົບ 60–100 ແມັດ.

ເໝາະກັບຫ້ອງປະຊຸມ, ຫ້ອງສຳມະນາ, ໂຮງແຮມ, ອົງກອນ ແລະ ສະຖານທີ່ລັດທີ່ຕ້ອງການຈັດໂຕະໄດ້ຢ່າງຍືດຫຍຸ່ນ.

ຂໍ້ມູນຈຳເພາະ

ປະເພດໄມຜູ້ຮ່ວມປະຊຸມໄຮ້ສາຍແບບຕັ້ງໂຕະ (Gooseneck)
ໃຊ້ກັບຕົວຮັບ River Acoustics CM-500 ເທົ່ານັ້ນ
ຄື້ນຄວາມຖີ່694.5–702.7 MHz / 748.3–757.7 MHz
ການຕອບສະໜອງຄວາມຖີ່50 Hz – 15 kHz
RF Powerສູງສຸດ 2 mW (e.i.r.p.)
Frequency Stability±10 kHz
ລະຍະສັນຍານ60–100 m (ຂຶ້ນກັບສະພາບພື້ນທີ່)
ກ້ານໄມGooseneck 400 mm, ມີວົງແຫວນໄຟສະຖານະທີ່ຫົວໄມ
ໜ້າຈໍແບັດເຕີຣີ, ການເຊື່ອມຕໍ່, ຊ່ອງສັນຍານ, ໝາຍເລກໄມ, ສະຖານະການເວົ້າ, ໂມງ
ປຸ່ມຄວບຄຸມເປີດ-ປິດໄມ
ແບັດເຕີຣີLithium 18650 ສາກໄດ້ (ສາກຜ່ານ USB ທີ່ຖານໄມ)
ໄຟລ້ຽງDC 3 V, 150 mA

ສິນຄ້າທີ່ກ່ຽວຂ້ອງ