CM-50C ໄມປະທານໄຮ້ສາຍ
ໄມປະທານໄຮ້ສາຍແບບ Gooseneck ມີຈໍສະຖານະ ແລະ ປຸ່ມ Priority ໃຊ້ກັບຕົວຮັບ CM-500 ເໝາະກັບຫ້ອງປະຊຸມ ແລະ ຫ້ອງສຳມະນາ
ສັ່ງຈອງ
- ✓ ສິນຄ້າແທ້ ຮັບປະກັນຈາກຮ້ານ
- ✓ ສົ່ງໄວທົ່ວລາວ
- ✓ ບໍລິການຕິດຕັ້ງ & ຈູນສຽງ
- ✓ ຊຳລະຜ່ານ BCEL One / ໂອນ / ເງິນສົດ
ລາຍລະອຽດສິນຄ້າ
River Acoustics CM-50C ເປັນໄມປະທານໄຮ້ສາຍແບບຕັ້ງໂຕະ ກ້ານ Gooseneck ຍາວ 400 mm ສຳລັບລະບົບປະຊຸມ CM Series ໃຊ້ຮ່ວມກັບຕົວຮັບ CM-500 ແລະ ໄມຜູ້ຮ່ວມປະຊຸມ CM-50D. ນອກຈາກປຸ່ມເປີດ-ປິດໄມ ຍັງມີປຸ່ມ Priority ສຳລັບຕັດໄມຜູ້ຮ່ວມປະຊຸມທັງໝົດ ເຊິ່ງມີສະເພາະໃນ CM-50C. ຕົວຮັບ CM-500 ໜຶ່ງເຄື່ອງຮອງຮັບໄມປະທານໄດ້ສູງສຸດ 2 ຕົວ.
ຖານໄມມີໜ້າຈໍສະແດງລະດັບແບັດເຕີຣີ, ຊ່ອງສັນຍານ, ໝາຍເລກໄມ, ສະຖານະການເວົ້າ ແລະ ໂມງ, ຫົວໄມມີວົງແຫວນໄຟບອກສະຖານະ. ການເປີດໄມເວົ້າເປັນໄປຕາມໂໝດທີ່ຕັ້ງຢູ່ຕົວຮັບ (FIFO, ສະເພາະປະທານ, ຈຳກັດຈຳນວນຜູ້ເວົ້າ, ຈຳກັດເວລາ) ແລະ ເປີດພ້ອມກັນໄດ້ສູງສຸດ 4 ຕົວ. ໃຊ້ແບັດເຕີຣີ Lithium 18650 ສາກຜ່ານ USB ທີ່ຖານໄດ້ເລີຍ, ລະຍະໃຊ້ງານຂອງລະບົບ 60–100 ແມັດ.
ເໝາະກັບຫ້ອງປະຊຸມ, ຫ້ອງສຳມະນາ, ໂຮງແຮມ, ອົງກອນ ແລະ ສະຖານທີ່ລັດທີ່ຕ້ອງການຈັດໂຕະໄດ້ຢ່າງຍືດຫຍຸ່ນ.
ຂໍ້ມູນຈຳເພາະ
| ປະເພດ | ໄມປະທານໄຮ້ສາຍແບບຕັ້ງໂຕະ (Gooseneck) |
|---|---|
| ໃຊ້ກັບ | ຕົວຮັບ River Acoustics CM-500 ເທົ່ານັ້ນ |
| ຄື້ນຄວາມຖີ່ | 694.5–702.7 MHz / 748.3–757.7 MHz |
| ການຕອບສະໜອງຄວາມຖີ່ | 50 Hz – 15 kHz |
| RF Power | ສູງສຸດ 2 mW (e.i.r.p.) |
| Frequency Stability | ±10 kHz |
| ລະຍະສັນຍານ | 60–100 m (ຂຶ້ນກັບສະພາບພື້ນທີ່) |
| ກ້ານໄມ | Gooseneck 400 mm, ມີວົງແຫວນໄຟສະຖານະທີ່ຫົວໄມ |
| ໜ້າຈໍ | ແບັດເຕີຣີ, ການເຊື່ອມຕໍ່, ຊ່ອງສັນຍານ, ໝາຍເລກໄມ, ສະຖານະການເວົ້າ, ໂມງ |
| ປຸ່ມຄວບຄຸມ | ເປີດ-ປິດໄມ + ປຸ່ມ Priority ຕັດໄມຜູ້ຮ່ວມປະຊຸມທັງໝົດ |
| ແບັດເຕີຣີ | Lithium 18650 ສາກໄດ້ (ສາກຜ່ານ USB ທີ່ຖານໄມ) |
| ໄຟລ້ຽງ | DC 3 V, 150 mA |
















